ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມຜະລິດກະສິກໍາ ກອງທັບ ຈັດແຂ່ງຂັນກິລາບານເຕະ
ມິດຕະພາບ ກັບ ບໍລິສັດ ກຣີນຟີດ ລາວ ຈໍາກັດ


     ໃນຕອນແລງວັນທີ 21 ກັນຍາ 2023 ນີ້, ກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະ
ພາບກັບ ບໍລິສັດ ກຣີນຟີດ ລາວຈໍາກັດ, ຢູ່ທີ່ເດີ່ນກິລາຂອງກົມໃຫຍ່ພະລາທິການກອງທັບ, ໂດຍມີ ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ຫົວ
ໜ້າກົມຜະລິດກະສິກໍາ, ກົມໃຫຍ່ພະລາທິການກອງທັບ, ສະຫາຍ ຮວງຫງ໋ອກຮ໋າວ ຜູ້ອໍານວຍການປະທານ ບໍລິສັດ ກຣີນຟີດ ລາວ ຈໍາກັດ, ພະ
ນັກງານທີ່ກ່ຽວຂ້ອງ ແລະ ນັກກິລາບານເຕະທັງສອງທິມເຂົ້າຮ່ວມ.

     ຈຸດປະສົງການຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນ
ຕ່າງໆ ຂອງພັກ ຂອງຊາດ, ຂອງກອງທັບ ແລະ ສາກົນ, ເວົ້າລວມ, ເວົ້າສະເພາະແມ່ນຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກກົມຜະລິດ
ກະສິກໍາ ທີ່ໃກ້ຈະມາເຖີງໃນມໍ່ໆນີ້ໃຫ້ມີຄວາມໝາຍສໍາຄັນເລິກເຊິ່ງ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີ, ສະແດງເຖີງໄມຕີຈິດມິດຕະພາບ
ທີ່ດີລະຫວ່າງ ຄະນະພັກ-ຄະນະບັນຊາ, ພະນັກງານ, ນັກຮົບຂອງກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ ກັບ ພະນັກງານ ບໍລິສັດ ກຣີນ
ຟີດ ລາວ ຈໍາກັດ, ເພື່ອໄປມາຫາສູ່, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນການພົວພັນ, ແລກປ່ຽນຖອດຖອນບົດຮຽນວິຊາສະເພາະດ້ານຂົງວຽກງານ
ການຜະລິດກະສິກໍາກອງທັບ, ກໍຄືການຜະລິດກະສິກໍາຂອງ ສປປ ລາວ ເຮົາໃຫ້ໄດ້ຮັບໝາກຜົນສູງຂື້ນໄປເລື້ອຍໆ. ໃນໂອກາດດຽວກັນນີ້, ສະຫາຍ
ຮວງຫງ໋ອກຮ໋າວ ພ້ອມດ້ວຍຄະນະໄດ້ມອບເຄື່ອງກິລາຈໍານວນ 45 ຊຸດໃຫ້ແກ່ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກົມຜະລິດກະສິກໍາ
ກົມໃຫຍ່ພະລາທິການກອງທັບ ອີກດ້ວຍ.

ແຫຼ່ງທີ່ມາ: ຄໍາປະສົງ ລາດຊະວົງ
ວັນທີ 25/09/2023